ອາຈານ ແຊມ, ຜູ້ທີ່ສອນດົນຕີພື້ນເມືອງລາວ ໃຫ້ກັບເດັກນ້ອຍ ດ້ວຍການປະສົມປະສານການຮຽນຮູ້ກັບດົນຕີສາກົນ

ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໔ ມິຖຸນາ ໒໐໒໔

ອາຈານ ແຊມ, ຜູ້ທີ່ສອນດົນຕີພື້ນເມືອງລາວ ໃຫ້ກັບເດັກນ້ອຍ ດ້ວຍການປະສົມປະສານການຮຽນຮູ້ກັບດົນຕີສາກົນ


ກຸ່ມນ້ອງໆນັກຮຽນຂອງອາຈານແຊມ ກໍາລັງທໍາການສພແດງຢູ່ໃນບຸນວັດທ້ອງຖິ່ນ. ຈາກຊ້າຍ: ນາງ ເອລິຊາ, ທ້າວ ແດນນີ, ທ້າວ ມິກ ແລິະ ນາງ ອູສອນ ໂສນາວົງ ອາຍຸ 13. (ຂອບໃຈພາບຈາກ ອາຈານ ແຊມ).
ກຸ່ມນ້ອງໆນັກຮຽນຂອງອາຈານແຊມ ກໍາລັງທໍາການສພແດງຢູ່ໃນບຸນວັດທ້ອງຖິ່ນ. ຈາກຊ້າຍ: ນາງ ເອລິຊາ, ທ້າວ ແດນນີ, ທ້າວ ມິກ ແລິະ ນາງ ອູສອນ ໂສນາວົງ ອາຍຸ 13. (ຂອບໃຈພາບຈາກ ອາຈານ ແຊມ).

ດົນຕີ ຄືສິ່ງທີ່ເຮັດໃຫ້ຜູ້ຮຽນຮູ້ມີສະມາທິ ແລະມີຄວາມມ່ວນຊື່ນກັບສຽງໂນດທີ່ອອນຊອນຈາກເຄື່ອງຫຼິ້ນແຕ່ລະປະເພດ, ເຊິ່ງແຕ່ລະຂົງເຂດ ແຕ່ລະທ້ອງຖິ່ນ ແມ່ນມີດົນຕີທີ່ແຕກຕ່າງກັນໄປ ແຕ່ກໍສາມາດຮຽນຮູ້ດົນຕີພື້ນເມືອງລາວຂອງທ້ອງຖິ່ນດັ້ງເດີມໄດ້ ດ້ວຍການປະສົມປະສານການຮຽນຮູ້ຈາກດົນຕີສາກົນ, ທິບສຸດາ ມີລາຍງານເພີ້ມເຕີມຈາກບົດສໍາພາດກັບ ອາຈານ ແຊມ, ຜູ້ທີ່ມີໃຈຮັກດົນຕີພື້ນບ້ານດັ້ງເດີມ ແລະຕົ້ນກໍາເນີດຂອງຕົນ ພ້ອມທັງມີໃຈອາສາເພື່ອຖ່າຍທອດໃຫ້ແກ່ເດັກນ້ອຍຢູ່ໃນຊຸມຊົນໄດ້ຮຽນຮູ້ ມາສະເໜີທ່ານ.

ທ້າວອຸທິດ ຫຼື ແຊມ ທີລະກຸນ, ອາຍຸ 27 ປີ, ເປັນຄົນອາເມຣິກັນເຊື້ອສາຍລາວລຸ້ນທີສອງ, ເກີດແລະເຕີບໃຫຍ່ຢູ່ໃນເມືອງແອັດແລນຕ້າ, ລັດຈໍເຈຍ. ແຊມ ຮຽນຈົບພາກວິຊາພາສາສາດ ລົງເລິກດ້ານພາສາຈີນກາງ ຢູ່ທີ່ມະຫາວິທະຍາໄລ ນອດເທິນຈໍເຈຍ, ເຊິ່ງສາມາດປະກອບອາຊີບເປັນຄູສອນພາສາຈີນກາງ ແລະເຮັດວຽກຕ່າງໆທີ່ກ່ຽວຂ້ອງກັບພາສາຈີນໄດ້. ເນື່ອງຈາກ ແຊມ ເປັນລູກຊາຍພຽງຄົນດຽວຢູ່ໃນຄອບຄົວ ທີ່ເຕີບໃຫຍ່ມາທ່າມກາງການລ້ຽງດູແບບສັງຄົມດັ້ງເດີມຂອງລາວ ໂດຍແມ່ຕູ້, ພໍ່ ແລະ ແມ່ ທີ່ພວກເພິ່ນເປັນຄົນພື້ນຖານມາຈາກເມືອງໂຂງ, ແຂວງຈໍາປາສັກ, ດັ່ງນັ້ນ ແຊມ ຈຶ່ງສາມາດເວົ້າ ແລະຂຽນພາສາລາວໄດ້ດີສົມຄວນ. ນອກຈາກນັ້ນ, ຍັງເຮັດໃຫ້ແຊມ ສົນໃຈຮຽນຮູ້ດ້ານດົນຕີພື້ນເມືອງລາວອີກດ້ວຍ:

“ຕອນຍັງນ້ອຍກະຍັງຈື່ຢູ່ ຟັງແຄນຟັງໝໍລໍາ, ຕອນແລກກໍບໍ່ມີຄູສອນ ພໍ່ແມ່ກະເຫັນວ່າຮັກມັກທາງດົນຕີ ເພິ່ນກະເລີຍຕົກລົງວ່າ ເອີລອງຊື້ຂິມມາກ່ອນເນາະ, ດົນຕີແລກຂອງຂະນ້ອຍເລີຍ, ຕອນແລກກະບໍ່ມີຄູເນາະ ກະພະຍາຍາມເບິ່ງນໍາ YouTube.”

ອາຈານ ແຊມ, ໃສ່ບາດຢູ່ວັດລາວພຸດທະວົງ, ລັດເວີຈິເນຍ, ໃນລະຫວ່າງບຸນປີໃໝ່ລາວ, ວັນທີ 5 ພຶດສະພາ 2024.
ອາຈານ ແຊມ, ໃສ່ບາດຢູ່ວັດລາວພຸດທະວົງ, ລັດເວີຈິເນຍ, ໃນລະຫວ່າງບຸນປີໃໝ່ລາວ, ວັນທີ 5 ພຶດສະພາ 2024.

ປັດຈຸບັນ, ແຊມ ເປັນຄູສອນດົນຕີພື້ນເມືອງຢູ່ວົງດົນຕີ ‘ຈະເລີນສິນ’ ຂອງອົງການ ສັງຄົມ ລາວ-ອາເມຣິກັນ ຫຼື Laotian American Society ເຊິ່ງເປັນອົງການບໍ່ຫວັງຜົນກໍາໄລ ປະກອບມີສີ່ພາກສ່ວນ ສິລະປະວັນນະຄະດີ ເຊັ່ນ ວົງດົນຕີ ນັກຟ້ອນ ເປັນຕົ້ນ ສຸລິຍະນາດຕະສິນ (ສອນຟ້ອນ), ເຊິ່ງອົງການນີ້ ມີສໍານັກງານໃຫຍ່ຕັ້ງຢູ່ເມືອງແອັດແລນຕ້າ, ລັດຈໍເຈຍ. ແຊມກ່າວໃຫ້ຟັງວ່າ ຕົນເລີ້ມຕົ້ນຮຽນດົນຕີພື້ນເມືອງລາວ ຈາກຢູທູບ ຕອນທີ່ລາວມີອາຍຸໄດ້ປະມານ 10 ປີ.

“ພໍດີປີ 2012 ບໍຄັນຈື່ຖືກ ຫຼືວ່າປີ 2011 ນີ້ລະ, ໄປເມືອງລາວລະໄດ້ຮູ້ຈັກກັບອາຈານ ບັນດິດ ຊະນະສິດ ຢູ່ໂຮງຮຽນສີລະປະແຫ່ງຊາດ ກະໄດ້ສືບທອດມາຈາກເພິ່ນນີ້ຫຼາຍເຕີບ, ຕອນແລກກະຈໍາເປັນຕ້ອງໄດ້ຮຽນຕາມອິນເຕີເນັດເນາະ Call ສອນອິຫຍັງນີ້ກະໂອເຄແລ້ວ, ກະຮຽນແຕ່ສະເພາະດົນຕີພື້ນບ້ານເນາະ ຮຽນຂິມ, ຊໍ, ຂຸ່ຍ. ໄດ້ຮຽນລະນາດກັບອາຈານ ຖາວອນ ສີຜ່ອງ ເພິ່ນເປັນຄູສອນລະນາດຢູ່ໃນພະລາດຊະວັງໄທ, ຮຽນ ພິນ ກັບ ແຄນ ຈາກອາຈານ ຄໍາສອນ ມູນທອງຄໍາ ເປັນສີລປິນແຫ່ງຊາດລາວ ເປັນຫົວໜ້າສະໂມສອນລ້ານຊ້າງ ທີ່ຫຼາຍໆຄົນອາດຈະເຫັນທີ່ພວກແມ່ຍິງພາກັນເປົ່າແຄນອອກເຟສບຸກ ອອກອິນສຕາແກຣມ.”

ເມື່ອຕົນເອງມີຄວາມຊຳນານຂຶ້ນ, ແຊມຈຶ່ງເປີດຮັບສະໝັກສອນຟຣີໃຫ້ແກ່ທຸກໆຄົນຢູ່ໃນທ້ອງຖິ່ນຂອງຕົນ ສໍາລັບຜູ້ໃດກໍຕາມທີ່ສົນໃຈຢາກຮຽນດົນຕີພື້ນເມືອງລາວ ເຊິ່ງສາມາດຮຽນຜ່ານໄດ້ທັງແບບເຊິ່ງໜ້າ ຜ່ານທາງອອນລາຍ. ເມື່ອການຕອບຮັບດີຂຶ້ນ, ກໍມີຫຼາຍຄົນສະໝັກເຂົ້າມາຮຽນນໍາຫຼາຍຂຶ້ນ, ໃນປີທີ່ຜ່ານມາ ແຊມຈຶ່ງໄດ້ເຂົ້າຮ່ວມກັບອົງການ Laotian American Society ເພື່ອເຮັດໃຫ້ການຮຽນຮູ້ດົນຕີດັ່ງກ່າວນີ້ ເປັນຮູບປະທໍາຫຼາຍຂຶ້ນ, ໂດຍແຊມຈະເປັນຜູ້ຂຽນໂນດຂຶ້ນມາ ແລ້ວເອົາມອບໃຫ້ນັກຮຽນຂອງລາວ ໄປຝຶກຊ້ອມ.

ອາຈານ ແຊມ, ແຖວໜ້າຄົນທີສອງຈາກຊ້າຍ, ພ້ອມດ້ວຍຄະນະນັກສະແດງພື້ນເມືອງຂອງເພິ່ນ, ຢູ່ທີ່ງານບຸນປີໃໝ່ລາວ ຂອງວັດລາວພຸດທະວົງ, ລັດເວີຈິເນຍ, ວັນທີ 5 ພຶດສະພາ 2024.
ອາຈານ ແຊມ, ແຖວໜ້າຄົນທີສອງຈາກຊ້າຍ, ພ້ອມດ້ວຍຄະນະນັກສະແດງພື້ນເມືອງຂອງເພິ່ນ, ຢູ່ທີ່ງານບຸນປີໃໝ່ລາວ ຂອງວັດລາວພຸດທະວົງ, ລັດເວີຈິເນຍ, ວັນທີ 5 ພຶດສະພາ 2024.

ທ່ານຮູ້ບໍ ແຊມບອກວ່າ ‘ໂດຍເລິກໆແລ້ວ ຖ້າເຮົາມີພື້ນຖານຂອງການຫຼິ້ນດົນຕີໃດນຶ່ງຢູ່ແລ້ວ ມັນຈະເຮັດໃຫ້ພວກເຮົາຮຽນຮູ້ດົນຕີທ້ອງຖິ່ນອື່ນ ໄດ້ຄືກັນ’ ເນື່ອງຈາກລູກສຽງ ການບັນເລງ ຫຼືວິທີການຫຼິ້ນນັ້ນ ແມ່ນມີພື້ນຖານທີ່ຄ້າຍຄືກັນ ເພາະແຊມ ເຄີນຮຽນຫຼິ້ນ ປີອາໂນ ມາກ່ອນໜ້ານັ້ນ ກ່ອນທີ່ລາວເອງຈະມາຮຽນຫຼິ້ນດົນຕີພື້ນເມືອງ.

“ຖືວ່າບໍ່ຍາກປານໃດ ເພາະວ່າຕອນຍັງນ້ອຍຫັ້ນໄດ້ຮຽນປີອາໂນກ່ອນ ເລີມມີພື້ນຖານ ແລະເອົາມາທຽບໃສ່ດົນຕີລາວ ກະທີ່ຈິງກໍບໍ່ຍາກປານໃດ ເພາະວ່າດົນຕີສາກົນເນາະ ທີ່ຈິງມັນມີຫຼາຍຄີ ເຫັນບໍປີອາໂນມັນກະບັກຫຼາຍໆລູກເນາະ, ແຕ່ວ່າມາທຽບໃສ່ລະນາດ ລະນາດມີແຕ່ 21 ຮອດ 22 ລູກ ແລະກະມີແຕ່ຄີດຽວ, ອັນນັ້ນເຂົາເອີ້ນວ່າຜືນມັນເນາະ, ລູກຫັ້ນ ໂຕທີ່ເຮົາຫ້ອຍມາ ເຮົາກະຂຽນເລກໃສ່ 1 2 3 4 5 6 ເຮົາກະຈື່ໄປເອົາເນາະ ເຮົາຢາກໄດ້ຄີໃດເຮົາກະມີແຕ່ທຽບເອົາ ປ່ຽນເອົາຫັ້ນນະ, ປີອາໂນເຮົາຕ້ອງໄດ້ຈື່ ໄດ້ທຽບເອົາແມ່ນຫຍັງຫັ້ນ. ເດັກນ້ອຍຫັ້ນ ຖ້າເພິ່ນມີພື້ນຖານຂອງດົນຕີ ສົມມຸດວ່າເພິ່ນຫຼິ້ນຢູ່ໃນແບນເນາະ ດົນຕີສາກົນຢູ່ໃນໂຮງຮຽນ ຫຼືວ່າເຄີຍຫຼິ້ນປີອາໂນມາ ມາຮຽນດົນຕີລາວນິງ່າຍ ເພາະວ່າຕາມຂະນ້ອຍຮຽນ ຕາມຂະນ້ອຍຂຽນໂນດຫັ້ນ ຈະເປັນໂນດສາກົນ ມູສິກໂນດເນາະ ເວົ້າແບບມ່ວນໆແດ່ກະໂນດໝາກຖົ່ວງອກເນາະ.”

ນາງ ເອລິຊາ ຂຽວຄົມ, ອາຍຸ 16 ປີ, ຜູ້ທີ່ຮັບຜິດຊອບຕີລະນາດ ໃນວົງດົນຕີຈະເຣີນສິນ.
ນາງ ເອລິຊາ ຂຽວຄົມ, ອາຍຸ 16 ປີ, ຜູ້ທີ່ຮັບຜິດຊອບຕີລະນາດ ໃນວົງດົນຕີຈະເຣີນສິນ.

ແນວໃດກໍຕາມ, ດົນຕີແຕ່ລະພາກ ແຕ່ລະຂົງເຂດ ແລະແຕ່ລະທ້ອງຖິ່ນ ແມ່ນມີເອກະລັກທີ່ແຕກຕ່າງກັນ. ຢູ່ໃນສະຫະລັດເອງ ກໍມີດົນຕີພື້ນເມືອງຫຼາຍປະເພດ ທີ່ມາຈາກຫຼາຍຊົນເຜົ່າພື້ນເມືອງຂອງຊາວອິນເດຍແດງ, ຫຼື ຂອງຊຸມຊົນດັ້ງເດີມທີ່ມາຕັ້ງຖິ່ນຖານໃໝ່ໃນຍຸກອານານິຄົມອັງກິດ ເຊິ່ງພວກເຮົາສາມາດພົບເຫັນໄດ້ ໃນພິພິທະພັນຂອງແຕ່ລະທ້ອງຖິ່ນ, ນອກຈາກນັ້ນ ທ່ານຍັງສາມາດພົບຂໍ້ມູນດົນຕີພື້ນເມືອງຂອງອາເມຣິກາເພີ້ມເຕີມໄດ້ ຢູ່ໃນພິພິທະພັນ American Musical Instruments in the Metropolitan Museum of Art ຕັ້ງຢູ່ນະຄອນນິວຢອກ, ລັດນິວຢອກ.

ປັດຈຸບັນ, ໃນຄະນະດົນຕີພື້ນເມືອງຈະເຣີນສິນ ປະກອບມີເຄື່ອງດົນຕີ ລະນາດ, ແຄນ, ຂິມ, ພິນ ແລະ ຊິ່ງ, ເຊິ່ງນ້ອງໆແຕ່ລະຄົນ ກໍຮັບຜິດຊອບໜ້າທີ່ຂອງແຕ່ລະດົນຕີແຕກຕ່າງກັນ ຕາມທີ່ຕົນລື້ງເຄີຍທີ່ສຸດ ໂດຍມີ ອາຈານ ແຊມ ເປັນຄົນສອນ. ແລະທາງຄະນະດົນຕີພື້ນເມືອງ ກໍຈະພາກັນໄປສະແດງຢູ່ຕາມສະຖານທີ່ຕ່າງໆ ຕາມທີ່ເພິ່ນຮຽກຮ້ອງມາ ເຊັ່ນງານບຸນວັດ ແລະອື່ນໆ ໂດຍໃນທ້າຍເດືອນນີ້ ທາງຄະນະກໍມີການກະກຽມໃຫຍ່ ເພື່ອໄປສະແດງໃນງານບຸນປີໃໝ່ລາວ ຢູ່ທີ່ເມືອງ ເມີຟຣີສໂບໂຣ ໃນທ້າຍເດືອນພຶດສະພານີ້.

ທ້າວ ແດນນີ ພິລາວົງ, ອາຍຸ 11 ປີ, ເປັນຜູ້ເປົ່າແຄນປະຈໍາວົງດົນຕີພື້ນເມືອງຈະເຣີນສິນ.
ທ້າວ ແດນນີ ພິລາວົງ, ອາຍຸ 11 ປີ, ເປັນຜູ້ເປົ່າແຄນປະຈໍາວົງດົນຕີພື້ນເມືອງຈະເຣີນສິນ.

ແຊມກ່າວວ່າ ລາວຮູ້ສຶກພາກພູມໃຈໃນຕົນເອງຫຼາຍ ທີ່ເປັນສ່ວນນຶ່ງໃນການສ້າງແຮງຈູງໃຈຢູ່ໃນຊຸມຊົນ ເຮັດໃຫ້ຊາວໜຸ່ມ ແລະເຍົາວະຊົນອາເມຣິກັນເຊື້ອສາຍລາວລຸ້ນໃໝ່ ຮັກໃນສຽງດົນຕີ ແລະສາມາດສອນຄົນໜຸ່ມນ້ອຍໃຫ້ມາຮັກໃນດົນຕີພື້ນເມືອງໄດ້ ເຊິ່ງລາວກ່າວວ່າ:

“ຖາມ: ອ້ານແຊມຄິດວ່າ ສິ່ງທີ່ເຮົາເຮັດເພື່ອສັງຄົມ ເຮົາໄດ້ຫຍັງ?

ຕອບ: ໄດ້ຄວາມສຸກຫຼາຍ ເພາະວ່າເຫັນໃຈຮັກມັກຂອງເດັກນ້ອຍຫັ້ນນະເນາະ ຜູ້ເປັນຄູກະມີກໍາລັງໃຈ, ພູມໃຈນໍາເຂົາອີຫຼີນະ ເພາະວ່າເຫັນພວກລູກຫຼານເຮົາ ບາງຄົນປາກພາສາລາວກະບໍ່ເກັ່ງ ແຕ່ວ່າໃຈເພິ່ນກະຢາກຮຽນຫັ້ນນະ ຈັງໃດເຮົາກະຊິສູ້ເພື່ອເພິ່ນ, ຄວາມສຸກນີ້ສໍາຄັນ ບໍ່ມີຄວາມສຸກຫັ້ນ ເຮົາສອນໄປເດັກນ້ອຍມັນກະຮູ້ໃດວ່າເຮົາບໍ່ມີຄວາມສຸກເນາະ, ແຕ່ວ່າ ຄວາມສຸກນີ້ເປັນຫຼັກເລີຍ ເລື້ອງໜ້າເລື້ອງຕານີ້ບໍ່ສົນ ເພາະວ່າສໍາຄັນລະແມ່ນເດັກນ້ອຍ.”

ທ້າວ ມິກ ຜິວວັນຄໍາ, ມີຫຼິ້ນພິນ ປະຈໍາວົງດົນຕີພື້ນເມືອງຈະເຣີນສິນ.
ທ້າວ ມິກ ຜິວວັນຄໍາ, ມີຫຼິ້ນພິນ ປະຈໍາວົງດົນຕີພື້ນເມືອງຈະເຣີນສິນ.

ອາຈານ ແຊມ ຍັງກ່າວອີກວ່າ ຄວາມຫວັງອີກອັນນຶ່ງຂອງລາວກໍຄື ການຮຽບຮຽງໂນດຂອງດົນຕີພື້ນເມືອງລາວ ແຕ່ລະປະເພດທີ່ລາວກໍາລັງສອນຢູ່ນີ້ ເພື່ອໃຫ້ຄົນລຸ້ນຕໍ່ໆໄປໄດ້ນໍາເອົາໄປໃຊ້ ແລະສຶກສາຕໍ່.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG